1802 1294 1073 1701 1717 1437 1238 1421 1887 1912 1921 1007 1405 1320 1278 1735 1971 1574 1308 1312 1755 1417 1428 1546 1548 1503 1973 1468 1120 1939 1435 1236 1254 1941 1584 1799 1439 1844 1133 1646 1963 1325 1468 1564 1082 1786 1861 1207 1011 1049 1455 1755 1941 1940 1424 1928 1256 1352 1112 1656 1592 1023 1143 1800 1124 1530 1078 1400 1946 1821 1739 1461 1548 1587 1442 1317 1705 1232 1518 1994 1342 1744 1107 1999 1313 1964 1511 1421 1848 1006 1868 1408 1224 1932 1938 1806 1112 1610 1683 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ ເປັນພະນັກງານໂຮງແຮມ ແລະ ນຳທ່ຽວ
ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ ເປັນພະນັກງານໂຮງແຮມ ແລະ ນຳທ່ຽວ

24/03/2020

 

ຂປລທ່ານ ດຣພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກໄດ້ຖະແຫລງ ເມື່ອຕອນບ່າຍຂອງວັນທີ 24ມີນາ 2020 ວ່າ: ໄດ້ກວດພົບກໍລະນີຢັ້ງຢືນ ຕິດເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ ຈຳນວນແລ້ວ 2 ຄົນ ຊຶ່ງຄົນເຈັບທັງ 2 ຄົນ ອາໄສຢູ່ນະຄອນ ຫລວງວຽງຈັນທັງສອງຄົນ. ປັດຈຸບັນກໍາລັງໄດ້ຮັບການປິ່ນປົວ ຢູ່ໂຮງໝໍມິດຕະພາບ 150 ຕຽງ ຕາມລະບຽບ ແລະ ມາດຕະຖານສາກົນຂະນະດຽວກັນ ໄດ້ເນັ້ນໃຫ້ທຸກຄົນ ຕ້ອງປະຕິບັດ ມາດຕະການ ປ້ອງກັນຕົນເອງຢ່າງເດັດຂາດ.


ສຳລັບກໍລະນີທຳອິດເປັນເພດຍິງ ອາຍຸ 36 ປີ, ສັນຊາດລາວ, ອາຊີບພະນັກງານນຳທ່ຽວ,  ກ່ອນໜ້ານີ້ຜູ້ກ່ຽວນຳພາ ກຸ່ມນັກທ່ອງທ່ຽວ ຈາກຢູໂຣບທີ່ເດີນທາງມາ ສປປ ລາວ ໃນວັນທີ 7 ມີນາ ແລະ ໄປທ່ຽວຫລາຍສະຖານທີ່ ໃນນະຄອນຫລວງວຽງຈັນ ໃນວັນທີ 8 ມີນາ 2020, ຈາກນັ້ນກໍໄປວັງວຽງ, ໄປທ່ຽວຫລວງພະບາງ ແລະ ບ່ອນອື່ນໆ. ຫລັງຈາກນັ້ນກຸ່ມນັກທ່ອງທ່ຽວດັ່ງກ່າວ ໄດ້ເດີນທາງໄປກຳປູເຈຍ ແລະ ມີການກວດສອບໂດຍທາງການກຳປູເຈຍ ແລ້ວພົບວ່ານັກທ່ອງທ່ຽວໃນກຸ່ມນີ້ ຕິດເຊື້ອ ໂຄວິດ-19 ຈຶ່ງໄດ້ແຈ້ງຫາທາງການລາວ ປະສານຫາຜູ້ຕິດເຊື້ອ ເພື່ອກວດສອບຫາເຊື້ອຕົວຈິງ. ສ່ວນກໍລະນີທີ 2 ເປັນເພດຊາຍອາຍຸ 28 ປີ ສັນຊາດລາວ ເປັນພະນັກງານໂຮງແຮມແຫ່ງໜຶ່ງ ໃນນະຄອນຫລວງວຽງຈັນ. ກ່ອນທີ່ຈະຢັ້ງຢືນວ່າຕິດເຊື້ອ ໄດ້ເດີນທາງໄປ ສຳມະນາຢູ່ທີ່ປະເທດໄທ ແລະ ເດີນທາງກັບຈາກໄທມາລາວໃນວັນທີ 9 ມີນາ ຜ່ານສະໜາມບິນສາກົນວັດໄຕ ແລ້ວໄດ້ຕິດຕາມອາການບໍ່ໄດ້ອອກໃສ. ພ້ອມນີ້ ຜູ້ກ່ຽວແມ່ນບໍ່ມີປະຫວັດສຳຜັດກັບໃຜ ແລະ ບໍ່ໄດ້ມີພະຍາດປະຈຳໂຕ. ພາຍຫລັງ ຜູ້ກ່ຽວມີອາການໄອ, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ ແລະ ຫາຍໃຈຍາກ ຈຶ່ງໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ຜົນກວດກໍອອກມາວ່າຜູ້ກ່ຽວຕິດເຊື້ອ.


ທ່ານ ດຣ. ພູທອນ ເມືອງປາກ ລະບຸຕື່ມວ່າ: ພາຍຫລັງທີ່ໄດ້ຮັບຊາບຜົນການກວດແລ້ວ ຄົນເຈັບທັງສອງແມ່ນ ໄດ້ຖືກແຍກປ່ຽວຢູ່ໂຮງໝໍມິດຕະພາບ ໂດຍໄດ້ມີຕິດຕາມອາການເບື້ອງຕົ້ນ ແລະ ພົບວ່າທັງສອງມີອາການຢູ່ ໃນຂອບເຂດທີ່ດີ. ພ້ອມນີ້ ທາງເຈົ້າໜ້າທີ່ ໄດ້ລົງສະຖານທີ່ພັກເຊົາ, ບ່ອນເຮັດວຽກ ແລະ ບ່ອນທີ່ເດີນທາງໄປມາຂອງທັງສອງ ເພື່ອຄົ້ນຫາຜູ້ທີ່ໃຫ້ຊິດ ແລະ ປະຕິບັດມາດຕະການຈຳກັດ ການແຜ່ລະບາດຂອງພະຍາດ. ທັງນີ້ແມ່ນ 2 ກໍລະນີທຳອິດຂອງລາວ ທີ່ມີການຢັ້ງຢືນ ຢ່າງເປັນທາງການວ່າຕິດ ເຊື້ອໂຄວິດ-19 ໂດຍກ່ອນໜ້ານີ້ ມີພຽງແຕ່ກໍລະນີສົງໄສ ເຊິ່ງມີຈຳນວນ 131 ຄົນ ແຕ່ຜ່ານການກວດຫາເຊື້ອເຫັນວ່າ 129 ຄົນເປັນຜົນລົບ. ຂະນະທີ່ສະຖານະການຕິດ ເຊື້ອໂຄວິດ-19 ທົ່ວໂລກ ປັດຈຸບັນໄດ້ແຜ່ລະບາດ ແລ້ວໃນຫລາຍກວ່າ 194 ປະເທດ ແລະ ມີຜູ້ຕິດເຊື້ອສະສົມ ລວມກວ່າ 377.000 ຄົນ.


ຂ່າວ:ສິງຄຳ-ພາບ:ຂັນໄຊ

ເນື້ອໃນ: ຂປລ http://kpl.gov.la/detail.aspx?id=51240

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ