ຂໍ້ມູນຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ COVID-19 ຢູ່ ສປປ ລາວ, ເວລາ 14:30 ວັນທີ 03/06/2020:
ຕິດເຊື້ອສະສົມ: 19 ຄົນ (ໃນນັ້ນຕິດເຊື້ອໃໝ່ເພີ່ມຂຶ້ນ 0 ຄົນ)
ຜູ້ຕິດເຊື້ອທີ 19: ສັງລວມຜູ້ສໍາຜັດໃກ້ຊິດ ກັບກໍລະນີທີ 19 ແມ່ນກຸ່ມຄົນດຽວກັນກັບ ກໍລະນີ16, 17, 18 ລວມມີ 13 ຄົນ. ປະຈຸບັນ ໄດ້ເຂົ້ານອນຕິດຕາມຢູ່ ໂຮງໝໍ 103
ຜູ້ຕິດເຊື້ອທີ 18: ສັງລວມຜູ້ສໍາຜັດໃກ້ຊິດ ກັບກໍລະນີທີ 18 ແມ່ນກຸ່ມຄົນດຽວກັນກັບ ກໍລະນີ 17
ຜູ້ຕິດເຊື້ອທີ 17: ສັງລວມຜູ້ສໍາຜັດໃກ້ຊິດກັບກໍລະນີທີ 17 ທັງໝົດມີ 06 ຄົນ (ເຊີ່ງເປັນໝູ່ຢູ່ຫ້ອງແຖວດຽວກັນ ທີ່ກີນເຂົ້າຮ່ວມກັນ ແລະ ໝູ່ທີ່ກີນເຂົ້ານຳກັນຢູ່ບ້ານສາລາຄຳ).
ຜູ້ຕິດເຊື້ອທີ 16: ມີຜູ້ສຳພັດໃກ້ຊິດ 9 ຄົນ, ເຊິ່ງໄດ້ມີເບີໂທລະສັບຕິດຕໍ່ ແລະ ໄດ້ແນະນຳ ຈຳກັດລິເວນຕົນເອງແລ້ວ.
ຜູ້ຕິດເຊື້ອທີ 15: ລວມຜູ້ສຳພັດໃກ້ຊິດ ທັງໝົດ 5 ຄົນ.
ຜູ້ຕິດເຊື້ອທີ 14: ລວມຜູ້ສຳພັດໃກ້ຊິດ ທັງໝົດ 10 ຄົນ: ໜູ່ເພື່ອນເດີນທາງຮ່ວມກັນມາຈໍານວນ 05 ຄົນ; ພໍ່ ແມ່ , ອ້າຍ 02 ຄົນ, ນ້ອງສາວ ລວມທັງໝົດ ຈໍານວນ 05 ຄົນ.
ຜູ້ຕິດເຊື້ອທີ 13: ລວມຜູ້ສຳພັດໃກ້ຊິດ ທັງໝົດ 18 ຄົນ: ເພື່ອນຮ່ວມງານທີ່ຂີ່ລົດຄັນດຽວກັບນະຄອນຫຼວງວຽງຈັນ ຈໍານວນ 07 ຄົນ; ຄອບຄົວ ລູກ, ແມ່, ນ້ອງສາວ ແລະ ນ້ອງເຂີຍ ຈໍານວນ 05 ຄົນ; ເພື່ອນກິນເບຍຢູ່ບ້ານດອນກອຍ ເມືອງສີສັດຕະນາກ ຈໍານວນ 02 ຄົນ; ເພື່ອນຮ່ວມງານທີ່ຢູ່ຫ້ອງດຽວກັນ ແຄມພູຄໍາ ແຂວງໄຊສົມບູນ 01 ຄົນ; ທີມງານປະຊຸມແຕ່ລະເຊົ້າຢູ່ແຄມພູຄໍາ ແຂວງໄຊສົມບູນ 03 ຄົນ.
ຜູ້ຕິດເຊື້ອທີ 12: ໄດ້ເກັບຕົວຢ່າງຜູ້ສຳພັດໃກ້ຊິດ 2 ຄົນມາກວດ ແລະ ຕິດຕາມອາການ ສືບຕໍ່ຈຳກັດບໍລິເວນອີກ 14 ວັນ.
ຜູ້ຕິດເຊື້ອທີ 11: ເດີນທາງໂດຍລົດບໍລິສັດໄປພູເບ້ຍມາຍນິງຮ່ວມກັນ 11 ຄົນ, ພົວພັນບ່ອນເຮັດວຽກປະມານ 100 ຄົນ.
ຜູ້ຕິດເຊື້ອທີ 10: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ແລະ ໄດ້ແນະນຳໃຫ້ຈຳກັດ ບໍລິເວນ ແລະ ເຝົ້າລະວັງຕິດຕາມອາການ.
ຜູ້ຕິດເຊື້ອທີ 9: ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 8: ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 7: ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 6: ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 5: ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 4: ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 3: ມີຜູ້ສຳພັດໃກ້ຊິດກັບລາວ 21 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.
ຜູ້ຕິດເຊື້ອທີ 2: ມີຜູ້ສຳພັດໃກ້ຊິດກັບລາວ 45 ຄົນ ນະຄອນຫຼວງວຽງຈັນ 11 ຄົນ, ແຂວງຫຼວງພະບາງ 10 ແລະ ແຂວງອຸດົມໄຊ 24 ຄົນ.
ຜູ້ຕິດເຊື້ອທີ 1: ມີຜູ້ສຳພັດໃກ້ຊິດກັບລາວ 44 ຄົນ ທັງໝົດຢູ່ນະຄອນຫຼວງວຽງຈັນ.