1563 1856 1983 1964 1549 1683 1852 1663 1606 1487 1017 1785 1484 1462 1988 1354 1310 1416 1374 1934 1670 1929 1562 1865 1063 1253 1878 1150 1203 1828 1334 1509 1468 1370 1822 1992 1898 1714 1218 1785 1501 1610 1247 1539 1194 1114 1694 1714 1223 1822 1941 1499 1617 1844 1151 1321 1699 1820 1709 1593 1736 1908 1566 1035 1064 1292 1020 1878 1232 1390 1951 1562 1851 1807 1364 1205 1427 1120 1870 1254 1133 1056 1956 1411 1328 1064 1141 1222 1881 1001 1880 1900 1976 1291 1495 1602 1792 1624 1403 ຖາມ-ຕອບ
ຖາມ-ຕອບ

ຄໍາຖາມ

 
 

ເຊື້ອ COVID-19 (Corona Virus Disease -2019) ແມ່ນຫຍັງ?

ເຊື້ອຈຸລະໂລກນີ້ແມ່ນ ຈຸລະໂລກຕະກຸນໂຄໂຣນາ ຊະນິດຫນື່ງ ທີ່ປົກກະຕິກໍ່ມີຢູ່ໃນສັດປ່າຕາມທຳມະຊາດຢູ່ແລ້ວ , ໃນປະຈຸບັນເອີ້ນວ່າ COVID-19, ທີ່ມີການລາຍງານການເກີດການລະບາດທີ່ເມືອງ ອູ່ຫັ້ນ, ສປ ຈີນ ໃນເດືອນທັນວາ ປີ 2019 ແລະ ປະຈຸບັນ ແຜ່ລາມໄປເກືອບທຸກປະເທດທົ່ວໂລກ.

 

ເຊື້ອຈຸລະໂລກນີ້ມີຄວາມຮ້າຍແຮງ ຫຼື ອັນຕະລາຍແນວໃດ?

ການຕິດເຊື້ອ COVID-19 ແມ່ນຄ້າຍຄືການອັກເສບລະບົບຫາຍໃຈອື່ນໆ ທີ່ສາມາດກໍ່ໃຫ້ເກີດອາການ ສະແດງຂັ້ນເບົາບາງ ເຊັ່ນວ່າ: ນ້ຳມູກຍ້ອຍ, ເຈັບຄໍ, ໄອ ແລະ ໄຂ້. ແຕ່ໃນບາງຄົນມັນສາມາດເຮັດໃຫ້ເກີດ ອາການຮຸນແຮງໄດ້ ແລະ ສາມາດກໍ່ໃຫ້ເກີດອາການອັກເສບປອດ ຫຼື ຫາຍໃຈຍາກ, ເຊິ່ງໃນບາງກໍລະນີອາດ ເຖິງຂັ້ນເສຍຊີວິດ. ໃນກຸ່ມຄົນຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດຊຳເຮື້ອ (ເຊັ່ນວ່າ ພະຍາດເບົາຫວານ ແລະ ພະຍາດ ຫົວໃຈ) ຖືເປັນກຸ່ມຄົນທີ່ມີຄວາມສ່ຽງສູງທີ່ຈະເກີດມີອາການຮ້າຍແຮງ ຈາກການຕິດເຊື້ອຈຸລະໂລກນີ້.

 

ຄົນສາມາດຕິດເຊື້ອ COVID-19 ຈາກສັດໄດ້ແນວໃດ?

  • ຈາກການສອບສວນຢ່າງລະອຽດພົບວ່າ ການຕິດເຊື້ອຈຸລະໂລກ SARS-CoV ໃນຄົນ ໃນ ສປ ຈີນ, 2002 ແມ່ນມາຈາກ ຕະກູນແມວ (civet cats) ແລະ ການຕິດເຊື້ອ MERS-CoV ໃນຄົນ, ປີ 2012 ໃນປະເທດ ຊາອຸດິ ອາຣາເບຍ (Saudi Arabia) ແມ່ນມາຈາກອູດ (dromedary camels) ເຊື້ອຈຸລະໂລກໂຄໂຣນາ ຫຼາຍໂຕ ທີ່ຮູ້ຈັກແມ່ນພົບເຫັນໃນສັດ ແລະ ຍັງບໍ່ທັນຕິດຕໍ່ໃສ່ຄົນເທື່ອ. ໃນເມື່ອລະບົບການເຝົ້າລະວັງໃນທົ່ວໂລກມີຄວາມເຂັ້ມແຂງຂຶ້ນ, ເຊື້ອຈຸລະໂລກໂຄໂຣນາຫຼາຍສາຍພັນກໍ່ມີແນວໂນ້ມຖືກຄົ້ນພົບຫຼາຍຂຶ້ນ.
  • ແຫຼ່ງການຕິດເຊື້ອ COVID-19ໃນສັດຍັງບໍ່ທັນໄດ້ຖືກຄົ້ນພົບ, ທັງນີ້ກໍ່ບໍ່ໄດ້ໝາຍຄວາມວ່າຄົນເຮົາຈະສາມາດຕິດເຊື້ອ COVID-19ໄດ້ຈາກສັດຊະນິດໃດກໍ່ໄດ້ ຫຼື ຈາກສັດລ້ຽງ. ຈາກການລາຍງານກໍລະນີທຳອິດຢູ່ ສປ ຈີນ, ການລະບຸແຫຼ່ງຂອງການຕິດເຊື້ອແມ່ນມາຈາກຕະຫຼາດຄ້າຂາຍສັດ. ເພື່ອເປັນການປ້ອງກັນໂຕທ່ານເອງ, ເມື່ອໄປທີ່ຕະຫຼາດຄ້າຂາຍສັດ ຄວນຫຼີກລ້ຽງການສຳຜັດໂດຍກົງກັບສັດ ແລະ ພື້ນຜິວທີ່ສຳຜັດກັບສັດ.
  • ຄວນຫຼີກລ້ຽງການບໍລິໂພກຊີ້ນສັດດິບ ຫຼື ປຸງແຕ່ງບໍ່ສຸກດີ. ຄວນລະມັດລະວັງໃນການຈັບບາຍຊິ້ນດິບ, ນົມ, ອະໄວຍະວະ/ສິ້ນສ່ວນສັດ ເພື່ອຫຼີກລ້ຽງການຕິດເຊື້ອຈາກອາຫານທີ່ປຸງແຕ່ງບໍ່ສຸກ, ນີ້ແມ່ນວິທີການປະຕິບັດທີ່ດີເພື່ອການປຸງແຕ່ງອາຫານທີ່ຖືກສຸຂະອະນາໄມ.
 

ເຊື້ອຈຸລະໂລກ COVID-19 ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ບໍ?

ຕິດຕໍ່ຈາກຄົນສູ່ຄົນໄດ້

ອີງຕາມຂໍ້ມູນລ່າສຸດກ່ຽວກັບການລະບາດ ຢູ່ໃນເວບໄຊຂອງອົງການອະນາໄມໂລກ ແລະ ຂັ້ນຕອນການຮັກສາສຸຂະພາບຕ້ອງປະຕິບັດດັ່ງລຸ່ມນີ້:

  • ລ້າງມືເປັນປະຈຳດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳ.
    • ຍ້ອນຫັຍງ? ການລ້າງມືດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳເພື່ອຂ້າເຊື້ອພະຍາດ (ເຊື້ອຈຸລະໂລກ) ທີ່ຕິດໃນມື.
  • ຮັກສາໄລຍະຫ່າງ, ຢ່າງໜ້ອຍ 1 ເມັດ (3 ຟີດ) ລະຫວ່າງໂຕເຮົາ ແລະ ຜູ້ອື່ນ, ໂດຍສະເພາະຜູ້ທີ່ມີອາການໄອ, ຈາມ ແລະ ມີໄຂ້.
    • ຍ້ອນຫັຍງ? ເມື່ອໃຜຄົນໜຶ່ງຕິດເຊື້ອລະບົບທາງເດີນຫາຍໃຈ, ເຊັ່ນການຕິດເຊື້ອ COVID-19, ໄອ ຫຼື ຈາມ, ເວລາໄອ ຫຼື ຈາມ ຈະມີຝອຍນ້ຳນ້ອຍໆທີ່ມີເຊື້ອຈຸລະໂລກອອກມານຳ; ເວລາເຮົາຢູ່ໃກ້ຄົນທີ່ມີອາການ, ເຈົ້໋າຈະຫາຍໃຈເອົາເຊື້ອຈຸລະໂລກ.
  • ຫຼີກລ້ຽງການສຳຜັດຕາ, ດັງ ແລະ ປາກ
    • ຍ້ອນຫັຍງ? ມືເປັນອະໄວຍະວະທີ່ສຳຜັດກັບພື້ນຜິວຫຼາຍຢ່າງທີ່ສາມາດເປັນຊ່ອງທາງການຕິດເຊື້ອຈຸລະໂລກ. ຖ້າເອົາມືທີ່ມີການຕິດເຊື້ອ ສຳຜັດຕາ, ດັງ ຫຼື ປາກ, ມັນຈະເປັນການສົ່ງເຊື້ອຈຸລະໂລກຈາກພຶ້ນຜິວເຂົ້໋າສູ່ຮ່າງກາຍ.
  • ຖ້າທ່ານມີອາການໄຂ້ ≥37,5 °c, ໄອ ແລະ ຫາຍໃຈຍາກ, ກະລຸນາໄປພົບແພດທັນທີ. ແຈ້ງຕໍ່ເຈົ້າໜ້າທີ່ສາທາລະນະສຸກຖ້າທ່ານ ໄດ້ເດີນທາງໄປເຂດໃດໜຶ່ງຂອງ ສປ ຈີນ ຫຼື ບ່ອນທີ່ມີການລາຍງານກໍລະນີ COVID-19, ຫຼື ຖ້າທ່ານໄດ້ມີການສຳຜັດໃກ້ຊິດກັບບຸກຄົນໃດໜຶ່ງທີ່ໄດ້ເດີນທາງມາຈາກ ສປ ຈີນ ຫຼື ປະເທດທີ່ກໍາລັງມີການລະບາດໃນປະຈຸບັນ ແລະ ມີອາການທາງລະບົບຫາຍໃຈ.
    • ຍ້ອນຫັຍງ? ເມືີ່ອໃດທີ່ທ່ານມີອາການໄຂ້, ໄອ ແລະ ຫາຍໃຈຍາກ ການໄປພົບແພດປິ່ນປົວທັນທີທັນ ໃດມັນເປັນສິ່ງສຳຄັນ ເພາະວ່າອາການສະແດງເຫຼົ່ານັ້ນ ອາດເກີດຂຶ້ນຍ້ອນການຊຶມເຊື້ອລະບົບຫາຍໃຈ ຫຼື ອາການຮຸນແຮງອື່ນໆ. ອາການສະແດງທາງລະບົບຫາຍໃຈສົມທົບກັບມີໄຂ້ອາດມີສາເຫດມາຈາກຫຼາຍຢ່າງ ແລະ ຍັງຂື້ນກັບປະຫວັດການເດີນທາງ ແລະ ສະພາບການ, COVID-19ອາດເປັນໜຶ່ງໃນສາເຫດນັ້ນ.
  • ຖ້າທ່ານມີອາການທາງລະບົບຫາຍໃຈຂັ້ນເບົາບາງ ແລະ ບໍ່ໄດ້ມີປະຫວັດການເດີນທາງໄປ ປະເທດທີ່ມີການລະບາດ ແມ່ນຕ້ອງໄດ້ ຈຳກັດບໍລິເວນ ຕົນເອງ ເປັນເວລາ 14 ວັນ.
 

ວິທີການນຳໃຊ້ຜ້າອັດປາກ ແລະ ການຖິ້ມ?

  • ກ່ອນທີ່ຈະສວມໃສ່ຜ້າອັດປາກ-ດັງແມ່ນໃຫ້ລ້າງມືໃຫ້ສະອາດດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳສະອາດ.
  • ເວລາໃສ່ຕ້ອງ ອັດ/ປົກປິດເອົາ ປາກ ແລະ ດັງ, ຮັບປະກັນວ່າບໍ່ໃຫ້ມີຊ່ອງຫວ່າງລະຫວ່າງໃບໜ້າ ແລະ ຜ້າອັດປາກ.
  • ຫຼີກລ້ຽງການສໍາຜັດຜ້າອັດປາກ-ດັງໃນເວລາໃສ່ຢູ່; ຖ້າສຳຜັດ ແມ່ນໃຫ້ອະນາໄມມືດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳ.
  • ປ່ຽນຜ້າອັດປາກທັນທີຖ້າຜ້າອັດປາກນັ້ນປຽກຊຸ່ມ ແລະ ບໍ່ຄວນໃຊ້ຊ້ຳ ຜ້າອັດປາກທີ່ຂຽນບອກວ່າສາມາດນຳໃຊ້ໄດ້ຄັ້ງດຽວ.
  • ສຳລັບການຖອດຜ້າອັດປາກ ແມ່ນໃຫ້ຖອດອອກຈາກທາງດ້ານຫຼັງ (ບໍ່ໃຫ້ສຳຜັດບໍລິເວນດ້ານໜ້າຂອງຜ້າອັດປາກ); ໃຫ້ຖິ້ມລົງຖັງຂີ້ເຫຍື້ອທີ່ມີຝາປິດ, ລ້າງມືໃຫ້ສະອາດດ້ວຍເຫຼົ້າ ຫຼື ສະບູ ແລະ ນ້ຳ.
 

ບຸກຄົນໃດທີ່ສາມາດຕິດເຊື້ອຈຸລະໂລກໄດ້?

  • ບຸກຄົນທີ່ອາໃສ ຫຼື ເດີນທາງໄປເຂດໃດໜຶ່ງທີ່ມີການຈໍລະຈອນ ຫຼື ກຳລັງມີການລະບາດ ຫຼື ສຳພັດໃກ້ຊິດກັບຄົນທີ່ຕິດພະຍາດ, ທັງຫມົດ ແມ່ນມີຄວາມສ່ຽງຕໍ່ການຕິດພະຍາດນີ້.
  • ພະນັກງານສາທາລະນະສຸກທີ່ເບິ່ງແຍງຄົນເຈັບຕິດເຊື້ອ COVID-19ແມ່ນກຸ່ມທີ່ມີຄວາມສ່ຽງສຸງ ແລະ ບຸກຄົນເຫຼົ່ານັ້ນຕ້ອງປ້ອງກັນໂຕເອງດ້ວຍອຸປະກອນການກັນ ແລະ ຄວບຄຸມການຕິດເຊື້ອທີ່ເໝາະສົມ.
  • ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດເບິ່ງໃນບົດລາຍງານສະພາບການລ່າສຸດໄດ້ທີ່ https://www.covid19.gov.la/ ; https://www.moh.gov.la/index.php/lo-la/ ; ເຟດບຸກຂອງ ສູນຂ່າວສານການແພດສຸຂະສຶກສາ centre of information and education for health ; ສຳລັບກໍລະນີ ຕິດເຊື້ອທົ່ວໂລກແມ່ນຕິດຕາມທີ່ https://www.worldometers.info/coronavirus/
  • ຂໍ້ມູນເພີ້ມເຕີມໄດ້ທີ່ ສາຍດ່ວນ 166 ຫຼື 020 5406 6777.
 

ກຸ່ມຄົນໃດທີ່ສ່ຽງທີ່ຈະມີອາການຮຸນແຮງ?

ໃນຂະນະທີ່ເຮົາຍັງຕ້ອງສຶກສາເພີ່ມຕື່ມກ່ຽວກັບເສັ້້ນທາງການຕິດຕໍ່ເຊື້ອຈຸລະໂລກ COVID-19ໃສ່ຄົນ, ແຕ່ວ່າກຸ່ມຄົນຜູ້ສູງອາຍຸ ແລະ ກຸ່ມຄົນທີ່ມີພະຍາດປະຈຳໂຕ (ເຊັ່ນວ່າ ພະຍາດເບົາຫວານ ແລະ ພະຍາດຫົວໃຈ) ແມ່ນກຸ່ມຄົນທີ່ມີຄວາມສ່ຽງຫຼາຍທີ່ມີອາການຮຸນແຮງ.

 

ເສັ້ນທາງການແຜ່ເຊື້ຶອຈຸລະໂລກ?

ແມ່ນເຊື້ອຈຸລະໂລກທາງລະບົບຫາຍໃຈທີ່ມີເສັ້ນທາງການຕິດຕໍ່ເຊື້ອທໍາອິດແມ່ນຈາກການສໍາຜັດໃກ້ຊິດກັບບຸກຄົນທີ່ຕິດເຊື້ອ ຜ່ານທາງຝອຍນ້ຳ (droplets) ຈາກການໄອ ຫຼື ຈາມ ຫຼື ຜ່ານທາງຝອຍນ້ຳລາຍ ຫຼື ນ້ຳມູກ. ການປະຕິບັດມາລະຍາດການໄອ-ຈາມຈຶ່ງເປັນສິ່ງທີ່ສຳຄັນສຳລັບທຸກຄົນ ເຊັ່ນວ່າ ເວລາຈາມ ຫຼື ໄອ ຄວນໃສ່ຂໍ່ພັບສອກປິດ ດັງ-ປາກ ຫຼື ໃຊ້ເຈ້ຍອະນາໄມປິດດັງ-ປາກ ເຈ້ຍທີ່ໃຊ້ແລ້ວຄວນຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ. ນອກນັ້ນ, ການລ້າງມືໃຫ້ສະອາດເປັນປະຈໍາດ້ວຍ ສະບູ ແລະ ນ້ຳ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງທາດເຫຼົ້າ ກໍ່ເປັນສິ່ງສຳຄັນ.

 

ໄລຍະເວລາທີ່ເຊື້ອຈຸລະໂລກອອກຈາກຮ່າງກາຍຄົນເຮົາ ມັນສາມາດຢູ່ເທິງພື້ນຜິວດົນປານໃດ?

ມາຮອດປະຈຸບັນແມ່ນຍັງບໍ່ສາມາດຮູ້ໄດ້ວ່າເຊື້ອຈຸລະໂລກ COVID-19 ສາມາດຢູ່ເທິງພື້ນຜິວໄດ້ດົນເທົ່າໃດ, ແຕ່ວ່າຖ້າອີງຕາມຂໍ້ມູນເບື້ອງຕົ້ນແມ່ນບອກວ່າເຊື້ອຈຸລະໂລກອາດສາມາດຢູ່ໄດ້ປະມານ 2-3 ຊົ່ວໂມງ. ການຂ້າເຊື້ອທຳມະດາແມ່ນພຽງພໍຕໍ່ການຂ້າເຊື້ອຈຸລະໂລກເພື່ອບໍ່ໃຫ້ມັນສາມາດຕິດເຊື້ອໃສ່ຄົນ.

 

ການເຈັບເປັນຈາກການຕິດເຊື້ອ COVID-19ມີຄວາມແຕກຕ່າງຈາກການຕິດເຊື້ອໄຂ້ຫວັດຕາມລະດູການ ແລະ ໄຂ້ຫວັດໃຫ່ຍແນວໃດ?

  • ຄົນທີ່ຕິດເຊື້ອ COVID-19, ໄຂ້ຫວັດໃຫ່ຍ ຫຼື ໄຂ້ຫວັດຕາມລະດູການ ຈະສະແດງອາການທາງລະ ບົບຫາຍໃຈເຊັ່ນ: ໄຂ້, ໄອ ແລະ ນ້ຳມູກຍ້ອຍ. ເຖິງແມ່ນອາການສະແດງອອກຈະຄ້າຍຄືກັນ ແຕ່ສາເຫດແມ່ນມາຈາກເຊື້ອຈຸລະໂລກທີ່ຕ່າງກັນ; ຍ້ອນຄວາມຄ້າຍຄືກັນຂອງອາການສະແດງອອກ,ມັນຈຶ່ງ ເປັນເລື່ອງຍາກທີ່ຈະລະບຸພະຍາດອີງຕາມອາການສະແດງພຽງຢ່າງດຽວ. ດັ່ງນັ້ນ, ການຢັ້ງຢືນທາງຫ້ອງວິເຄາະຈຶ່ງມີຄວາມຈຳເປັນສຳລັບການບົ່ງມະຕິ COVID-19.
  • ປົກກະຕິແລ້ວ, ອົງການອະນາໄມໂລກໄດ້ແນະນຳໃຫ້ຄົນທີ່ມີອາການໄອ, ໄຂ້ ແລະ ຫາຍໃຈຍາກຕ້ອງໄປພົບແພດແຕ່ຫົວທີ. ຄົນເຈັບຕ້ອງແຈ້ງໃຫ້ພະນັກງານແພດໝໍຮູ້ ຫາກມີປະຫັວດເດີນທາງພາຍໃນ 14 ມື້ກ່ອນສະແດງອາການ, ຫຼື ໄດ້ສຳຜັດໃກ້ຊິດກັບຄົນທີ່ມີການເຈັບປ່ວຍທາງລະບົບຫາຍໃຈ.
 

ໄລຍະການບົ່ມເຊື້ອແມ່ນດົນປານໃດ?

ໄລຍະການບົ່ມເຊື້ອແມ່ນຊ່ວງເວລາລະຫວ່າງການຕິດເຊື້ອ ແລະ ວັນເລີ່ມມີອາການ ທາງຄລີນິກຂອງພະຍາດ. ການຄາດຄະເນໄລຍະການບົ່ມເຊື້ອໃນປະຈຸບັນແມ່ນ 2-11 ມື້, ແລະ ການຄາດຄະເນນີ້ຈະມີການປ່ຽນແປງເມື່ອມີຂໍ້ມູນເພີ່ມຕື່ມຫຼາຍຂຶ້ນ. ອີງຕາມຂໍ້ມູນໄລຍະການບົ່ມເຊື້ອຂອງເຊື້ອຈຸລະໂລກຊະນິດອື່ນເຊັ່ນ: MERS ແລະ SARS, ໄລຍະການບົ່ມເຊື້ອຂອງ COVID-19 ອາດດົນເຖິງ 14 ມື້.

 

ເຮົາສາມາດຕິດເຊື້ອໂຄໂຣນາ COVID-19 ຈາກຄົນທີ່ບໍ່ສະແດງອາການບໍ?

ການເຂົ້າໃຈຊ່ວງເວລາການທີ່ຄົນເຈັບຕິດເຊື້ອຈະສາມາດແຜ່ເຊື້ອຈຸລະໂລກໃຫ້ຄົນອື່ນ ຖືແມ່ນປັດໄຈທີ່ສຳຄັນ ໃນການຄວບຄຸມການແຜ່ເຊື້ອ. ເຊິ່ງຈຳເປັນຕ້ອງໄດ້ເກັບກຳຂໍ້ມູນທາງການແພດຢ່າງລະອຽດຂອງຜູ້ທີ່ຕິດເຊື້ອ ເພື່ອສາມາດກຳນົດໄລຍະເວລາຂອງການຕິດເຊື້ອ COVID-19. ອີງຕາມການລາຍງານລ່າສຸດ, ມັນມີຄວາມເປັນໄປໄດ້ທີ່ຄົນຈະຕິດເຊື້ອຈຸລະໂລກ COVID-19 ແຕ່ຍັງບໍ່ມີອາການ ອາດຈະສາມາດສົ່ງເຊື້ອໄດ້. ແຕ່ເຖິງຢ່າງໃດກໍ່ຕາມ, ອີງຕາມຂໍ້ມູນລ່າສຸດທີ່ມີ, ຜູ້ທີ່ສະແດງອາການແມ່ນ ປັດໃຈຫຼັກໃນການການແຜ່ເຊື້ອ.

 

ປະເທດລາວມີຄວາມສ່ຽງໃນການຕິດພະຍາດອັກເສບປອດຈາກເຊື້ອ COVID-19 ບໍ່?

ໃນ ສປປ ລາວ ຈາກການຖະແຫຼງຂ່າວໃນວັນທີ່ 30 ມີນາ 2020, ແມ່ນມີຄົນຕິດພະຍາດນີ້ທັງໝົດ 09 ຄົນ ປັດຈຸບັນມີການຢັ້ງຢືນວ່າສາມາດຕິດຕໍ່ຈາກຄົນສູ່ຄົນ ສະນັ້ນມັນມີຄວາມເປັນໄປໄດ້ທີ່ຈະມີການແຜ່ເຊື້ອຫາກມີກໍລະນີໃນບ້ານເຮົາ.

ເຖິງຢ່າງໃດກໍ່ຕາມ ເສັ້ນທາງການຕິດຕໍ່ກໍ່ຍັງແມ່ນການສໍາຜັດໃກ້ຊິດ ແລະ ທາງຝອຍນ້ຳຈາກການໄອ-ຈາມ (Droplets) ຂອງຄົນທີ່ຕິດເຊື້ອ ສະນັ້ນ ຄວນທີ່ຈະຫຼີກລ້ຽງການເດີນທາງໄປໃນເຂດທີ່ມີການລະບາດ ແລະ ການປະຕິບັດມາລະຍາດໃນການໄອ-ຈາມຈຶ່ງເປັນສິ່ງທີ່ສຳຄັນສຳລັບທຸກຄົນ ເຊັ່ນ: ເວລາຈາມ ຫຼື ໄອ ຄວນໃສ່ຂໍ່ພັບສອກປິດ ດັງ-ປາກ ຫຼື ໃຊ້ເຈ້ຍອະນາໄມປິດດັງ-ປາກ ເຈ້ຍທີ່ໃຊ້ແລ້ວຄວນຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ. ນອກນັ້ນ, ການລ້າງມືໃຫ້ສະອາດເປັນປະຈໍາດ້ວຍ ສະບູ ແລະ ນ້ຳ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງທາດເຫຼົ້າ ຖືເປັນສິ່ງສຳຄັນ.

 

ມີຢາປ້ອງກັນ ຫຼື ປິ່ນປົວສະເພາະເຊື້ອໂຄໂຣນາສາຍພັນໃໝ່ 2019 ບໍ?

ປະຈຸບັນເຮົາຍັງບໍ່ທັນມີຢາສະເພາະທີ່ແນະນຳໃນການປ້ອງກັນ ຫຼື ປີ່ນປົວເຊື້ອໂຄໂຣນາສາຍພັນໃໝ່ 2019. ເຖິງຢ່າງໃດກໍ່ຕາມ, ຜູ້ຕິດເຊື້ອແມ່ນໄດ້ຮັບການປີ່ນປົວຢ່າງເໝາະສົມຕາມຫຼັກວິຊາການ ແລະ ຄວາມເອົາໃຈໃສ່ຈາກ ແພດໝໍ.

ຖ້າທ່ານຕ້ອງການປ້ອງກັນຕົນເອງຈາກການຕິດເຊື້ອນີ້, ທ່ານຕ້ອງປະຕິບັດການຮັກສາອະນາໄມຂັ້ນພື້ນຖານ ເຊັ່ນ ລ້າງມືໃຫ້ສະອາດ ແລະ ການໄອຈາມທີ່ຖືກສຸຂະອະນາໄມ, ປະຕິບັດຫລັກການອາຫານປອດໄພ ແລະ ຖ້າເປັນໄປໄດ້ຫຼີກລ້ຽງການສຳຜັດໃກ້ຊິດກັບຜູ້ທີ່ມີອາການທາງລະບົບຫາຍໃຈ ເຊັ່ນ: ຜູ້ທີ່ໄອ ແລະ ຈາມ.

ໃນທຸກກໍລະນີ, ຖ້າທ່ານມີອາການໄຂ້ ≥37,5 °c, ໄອ ແລະ ຫາຍໃຈຍາກ ຕ້ອງໄປພົບແພດໂດຍໄວ ເພື່ອຫລຸດຜ່ອນຄວາມສ່ຽງທີ່ຈະພັດທະນາເປັນການຕິດເຊື້ອທີ່ຮຸນແຮງ ແລະ ເພື່ອຮັບປະກັນ ທ່ານຄວນບອກປະຫັວດການເດີນທາງຂອງທ່ານໃຫ້ແກ່ແພດປິ່ນປົວ.

 

ສາມາດໄປກວດພະຍາດນີ້ໄດ້ຢູ່ໃສ?

ຖ້າວ່າທ່ານຮູ້ສຶກວ່າ ທ່ານມີອາການໄຂ້ ≥37,5 °c, ໄອ ແລະ ຫາຍໃຈຍາກ ບວກກັບ ເດີນທາງໄປເຂດທີ່ການລະບາດ, ຫຼື ສຳພັດໃກ້ຊິດ ກັບຄົນທີ່ຕິດພະຍາດ ແມ່ນໃຫ້ທ່ານໄປກວດຢູ່ ໂຮງແຂວງ ຫຼື ໂຮງໝໍ ສູນກາງທີ່ໃກ້ທີ່ສຸດ.

 

ການກວດວິເຄາະ ໃນ ສປປ ລາວ ເປັນແນວໃດ?

ຫ້ອງວິເຄາະໃນ ສປປ ລາວ ແມ່ນ ໄດ້ມາດຕະຖານ ສາກົນ ແລະ ໃນຂັ້ນສູນກາງພວກເຮົາມີ 4 ແຫ່ງ: ສູນວິເຄາະ ແລະ ລະບາດວິທະຍາ, ສະຖາບັນ ປັດສະເຕີ, ຫ້ອງວິເຄາະໂຮງໝໍມະໂຫສົດ, ສູນວິໃຈພະຍາດຊືມເຊື້ອ ເພື່ອຮອງຮັບໃນການກວດພະຍາດນີ້. ໃນຂັ້ນແຂວງ ພວກເຮົາຍັງມີເຄື່ອງກວດ ແບບເຄື່ອນທີ່ ເພື່ອຮອງຮັບການກວດວິເຄາະພະຍາດນີ້.

 

ໂຮງໝໍສະເພາະໃນການປິ່ນປົວພະຍາດນີ້

ໃນຂັ້ນສູນກາງ ແມ່ນ ປະກອບມີ: ໂຮງໝໍມິດຕະພາບ, ໂຮງໝໍເຊດຖາທິຣາດ, ໂຮງໝໍມະໂຫສົດ ແລະ ໂຮງໝໍ 103, ແລະ ໃນຂັ້ນແຂວງ ແມ່ນໂຮງໝໍແຂວງ.

 

ດາວໂຫຼດ ໂປຣແກຣມມືຖື
ລະດົມທືນຊ່ວຍເຫຼືອ
ລັດຖະບານ
ກະຊວງ ສາທາລະນະສຸກ
ອົງການອານະໄມໂລກ